GO DIGITAL ASEAN ທັກສະດ້ານດິຈິຕອນເພື່ອປົດລັອກໂອກາດໃໝ່ທາງເສດຖະກິດ
ເຂົ້າຮ່ວມດຽວນີ້!
Go Digital ASEAN ແມ່ນການຂະຫຍາຍຂໍ້ລິເລີ່ມການມີສ່ວນຮ່ວມທາງດ້ານທັກສະດິຈິຕອນໃນທົ່ວພາກພື້ນ, ເພື່ອໃຫ້ບຸກຄົນ ແລະ ຊຸມຊົນໄດ້ເຂົ້າເຖິງ ແລະ ໄດ້ຮັບຄວາມຮູ້ທາງດ້ານດິຈິຕອນຫຼາຍທີ່ສຸດ.
ພວກເຮົາສະໜອງການຝຶກອົບຮົມດ້ານດິຈິຕອນທີ່ແທດເໝາະກັບຈຸດປະສົງ ແລະ ໃຫ້ຄຳແນະນຳແກ່ຜູ້ປະກອບການ ແລະ ເຈົ້າຂອງທຸລະກິດຜູ້ທີ່ມີຄວາມຕ້ອງການ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.ໄດ້ຮັບການຮັບຮອງຈາກຄະນະກໍາມະການປະສານງານອາຊຽນດ້ານຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ACCMSME), Go Digital ASEAN ໄດ້ຖືກຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ Google.org ແລະ ໂຄງການຊ່ວຍເຫຼືອຂອງ Google.

ໂອກາດການຮຽນຮູ້ທີ່ໄດ້ຮັບທຶນຢ່າງເຕັມສ່ວນ
ຫ້ອງຮຽນພາກພື້ນສໍາລັບຜູ້ປະກອບການ
ການຝຶກອົບຮົມໂດຍຜູ້ຊ່ຽວຊານແລະການໃຫ້ຄໍາແນະນໍາ
ຫຼັກສູດທ້ອງຖິ່ນ ແລະແຫຼ່ງການຮຽນຮູ້

ນຳເອົາທັກສະດິຈິຕອນພື້ນຖານມາສູ່ຜູ້ປະກອບການທຸກທ່ານ
ສ້າງທັກສະພື້ນຖານເພື່ອນຳພາທຸລະກິດຂອງທ່ານໄປສູ່ທຸລະກິດອອນລາຍ
ຮຽນຮູ້ວິທີການນຳໃຊ້ເຄື່ອງມືທາງດິຈິຕອນເພື່ອກະຕຸ້ນທຸລະກິດຂອງທ່ານ
ຍິນດີຕ້ອນຮັບ ບັນດາຜູ້ປະກອບການທີ່ມີຄວາມປາດຖະໜາທຸກທ່ານ ຈາກປະເທດອິນໂດເນເຊຍ, ສປປ ລາວ, ໄທ, ແລະ ຫວຽດນາມ

ເຕົ້າໂຮມເຈົ້າຂອງທຸລະກິດໃນພາກພື້ນ ເພື່ອສະໜັບສະໜູນທຸລະກິດຂະໜາດນ້ອຍໃນອາຊຽນ
ຮຽນຮູ້ຈາກຜູ້ນໍາທາງຄວາມຄິດຈາກຊຸມຊົນທຸລະກິດ
ຄົ້ນພົບແນວໂນ້ມທຸລະກິດໃນພາກພື້ນເພື່ອຊຸກຍູ້ທຸລະກິດຂອງທ່ານ
ຍິນດີຕ້ອນຮັບ ເຈົ້າຂອງທຸລະກິດ ແລະ ຜູ້ປະກອບການທີ່ມີຄວາມປາດຖະໜາທຸກທ່ານ

ການຜັກດັນທຸລະກິດໂດຍຜ່ານລະບົບດິຈິຕອນ ແລະ ການໃຫ້ຄໍາປຶກສາ
ຂະຫຍາຍທຸລະກິດຂອງທ່ານຜ່ານເສດຖະກິດດິຈິຕອນ
ໄດ້ຮັບໂອກາດຮຽນຮູ້ ແລະ ໃຫ້ຄຳປຶກສາຜ່ານການຖ່າຍທອດສົດ
ເປີດໂອກາດເພື່ອເຈົ້າຂອງທຸລະກິດໃນອາຊຽນ