ກ່ຽວກັບ Go Digital ASEAN

ເຮັດວຽກຮ່ວມກັບລັດຖະບານ, ຄູ່ຮ່ວມງານທ້ອງຖິ່ນ ແລະ ອາສາສະຫມັກໃນທົ່ວພາກພື້ນ. Go Digital ASEAN ສະຫນອງການຝຶກອົບຮົມທັກສະທາງດ້ານດິຈິຕອນໃຫ້ແກ່ເຈົ້າຂອງທຸລະກິດຂະຫນາດນ້ອຍ ແລະ ຜູ້ອອກແຮງງານ, ເພື່ອໃຫ້ພວກເຂົາມີຄວາມເຂັ້ມແຂງໃນການປະກອບສ່ວນ ແລະ ໄດ້ຮັບໂອກາດເພີ່ມຂຶ້ນໃນເສດຖະກິດດິຈິຕອນ. ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການໃນຂັ້ນທ້ອງຖິ່ນຂອງພວກເຮົາມີປະສົບການລົງເລິກໃນການເຮັດວຽກກັບຊຸມຊົນຊົນ ແລະ ຜູ້ດ້ອຍໂອກາດ, ມີຄວາມຊ່ຽວຊານໃນຂະແໜງການເສດຖະກິດນອກລະບົບ ແລະ ອຸດສາຫະກຳ ລວມທັງຂະແໜງການກະສິກຳ ແລະ ການທ່ອງທ່ຽວ.
ໂດຍໄດ້ເລີ່ມດຳເນີນໃນປີ 2020, ໂຄງການໄລຍະທຳອິດໄດ້ຝຶກອົບຮົມໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ຈຳນວນ 225.000 ຫົວໜ່ວຍ ແລະ ຜູ້ອອກແຮງງານຈາກປະຊາຄົມທີ່ດ້ອຍໂອກາດໃນອາຊຽນ, ໂດຍເນັ້ນໜັກເຖິງແມ່ຍິງເປັນພິເສດ. ໄລຍະທີສອງ ພວກເຮົາໄດ້ຂະຫຍາຍຂອບເຂດຂອງໂຄງການ ແລະ ສະໜອງການຝຶກອົບຮົມແບບກ້າວກະໂດດ ແລະ ເໝາະສົມກັບຄວາມຮູ້ທາງດ້ານທຸລະກິດ ແລະ ການເງິນ, ການຕະຫຼາດດິຈິຕອນ, ຄວາມປອດໄພທາງອິນເຕີເນັດ ແລະ ການຫຼຸດຜ່ອນການປ່ອຍອາຍຄາບອນໃຫ້ກັບເຈົ້າຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) 200,000 ຫົວໜ່ວຍ ແລະ ຜູ້ອອກແຮງງານໃນພາກພື້ນ.
ເຄື່ອງມືການຮຽນຮູ້

135,000

MSMEs ກັບທັກສະພື້ນຖານທາງດິຈິຕອນ
ການເຊື່ອມຕໍ່

30,000

MSMEs ກັບໝູ່ເພື່ອນຢູ່ໃນພາກພື້ນ
ການຝຶກອົມຮົມ

35,000

MSMEs ກັບ​ທັກ​ສະ​ດິ​ຈິ​ຕອນທີ່​ກ້າວ​ຫນ້າ​
When it comes to technology, I used to depend on my family for help. But now, I can go online by myself and I am confident to conduct business. Sillinphone's Testimonial.



ທ່ານ ນາງ ສິລິນທອນ, ເຊິ່ງແມ່ນເຈົ້າຂອງຮ້ານຂາຍເຄື່ອງຂະໜາດນ້ອຍໃນນະຄອນຫຼວງວຽງຈັນ. ຍ້ອນມາດຕະການ COVID-19 ແລະ ການລັອກດາວ, ໄດ້ເຮັດໃຫ້ຍອດຂາຍຂອງຮ້ານຫຼຸດລົງ. ລູກຄ້າໄດ້ເລີ່ມໂທຫາຮ້ານໂດຍກົງເພື່ອຂໍໃຫ້ມີການຈັດສົ່ງ, ແຕ່ລາວບໍ່ຮູ້ວ່າຈະເຮັດແນວໃດ.

ຜ່ານການເຂົ້າຮ່ວມການຝຶກອົບຮົມ Go Digital ASEAN ກ່ຽວກັບແບບແຜນທາງດິຈິຕອນ, ທ່ານ ນາງ ສິລິນທອນ ໄດ້ຮຽນຮູ້ວິທີຕັ້ງຄ່າບໍລິການຈັດສົ່ງສິນຄ້າ ແລະ ຍັງເປັນການສ້າງຊ່ອງທາງໃຫ້ເຂົ້າເຖິງຜູ້ຊື້ໄດ້ຫຼາຍຂຶ້ນ.

ໂຄງການດັ່ງກ່າວຖືກຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ Google.org, ແລະ ໂຄງການຊ່ວຍເຫຼືອຂອງ Google ແລະ ໄດ້ການຮັບຮອງຈາກຄະນະກຳມາທິການປະສານງານອາຊຽນດ້ານຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ACCMSME).

Go Digital ASEAN ແມ່ນໂຄງການລິເລີ່ມພາຍໃຕ້ໂຄງການ Future Skills Alliance, ທີ່ມີບັນດາຄູ່ຮ່ວມງານທັງພາກລັດ ແລະ ພາກເອກະຊົນເຮັດວຽກຮ່ວມກັນເພື່ອສົ່ງເສີມທັກສະທີ່ສຳຄັນໃນອະນາຄົດໃຫ້ກັບບັນດາຜູ້ດ້ອຍໂອກາດທີ່ສຸດໃນພາກພື້ນ.

ເຂົ້າຮ່ວມກັບຜູ້ປະກອບການຫຼາຍພັນຄົນ ເຊັ່ນ: Silinphone ທີ່ທຸລະກິດມີການຂະຫຍາຍຕົວ ໂດຍຜ່ານການເຂົ້າຮ່ວມການຝຶກອົບຮົມ Go Digital ASEAN.