GO DIGITAL ASEAN ທັກສະດ້ານດິຈິຕອນເພື່ອປົດລັອກໂອກາດໃໝ່ທາງເສດຖະກິດ

ເຂົ້າ​ຮ່ວມ​ດຽວ​ນີ້!

Go Digital ASEAN ແມ່ນການຂະຫຍາຍຂໍ້ລິເລີ່ມການມີສ່ວນຮ່ວມທາງດ້ານທັກສະດິຈິຕອນໃນທົ່ວພາກພື້ນ, ເພື່ອໃຫ້ບຸກຄົນ ແລະ ຊຸມຊົນໄດ້ເຂົ້າເຖິງ ແລະ ໄດ້ຮັບຄວາມຮູ້ທາງດ້ານດິຈິຕອນຫຼາຍທີ່ສຸດ.

ພວກເຮົາສະໜອງການຝຶກອົບຮົມດ້ານດິຈິຕອນທີ່ແທດເໝາະກັບຈຸດປະສົງ ແລະ ໃຫ້ຄຳແນະນຳແກ່ຜູ້ປະກອບການ ແລະ ເຈົ້າຂອງທຸລະກິດຜູ້ທີ່ມີຄວາມຕ້ອງການ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.ໄດ້ຮັບການຮັບຮອງຈາກຄະນະກໍາມະການປະສານງານອາຊຽນດ້ານຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ACCMSME), Go Digital ASEAN ໄດ້ຖືກຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ Google.org ແລະ ໂຄງການຊ່ວຍເຫຼືອຂອງ Google.
The Go Digital ASEAN initiative broadens digital skills participation across the region.
ໂອກາດການຮຽນຮູ້ທີ່ໄດ້ຮັບທຶນຢ່າງເຕັມສ່ວນ
ຫ້ອງຮຽນພາກພື້ນສໍາລັບຜູ້ປະກອບການ
ການ​ຝຶກ​ອົບ​ຮົມ​ໂດຍ​ຜູ້​ຊ່ຽວ​ຊານ​ແລະ​ການ​ໃຫ້​ຄໍາ​ແນະ​ນໍາ​
ຫຼັກສູດທ້ອງຖິ່ນ ແລະແຫຼ່ງການຮຽນຮູ້
Go Digital logo in white color.

ນຳເອົາທັກສະດິຈິຕອນພື້ນຖານມາສູ່ຜູ້ປະກອບການທຸກທ່ານ

ສ້າງທັກສະພື້ນຖານເພື່ອນຳພາທຸລະກິດຂອງທ່ານໄປສູ່ທຸລະກິດອອນລາຍ
ຮຽນຮູ້ວິທີການນຳໃຊ້ເຄື່ອງມືທາງດິຈິຕອນເພື່ອກະຕຸ້ນທຸລະກິດຂອງທ່ານ
ຍິນດີຕ້ອນຮັບ ບັນດາຜູ້ປະກອບການທີ່ມີຄວາມປາດຖະໜາທຸກທ່ານ ຈາກປະເທດອິນໂດເນເຊຍ, ສປປ ລາວ, ໄທ, ແລະ ຫວຽດນາມ
Explore Digital logo in white color.

ເຕົ້າ​ໂຮມ​ເຈົ້າ​ຂອງ​ທຸລະ​ກິດ​ໃນ​ພາກ​ພື້ນ ​ເພື່ອ​ສະໜັບສະໜູນ​ທຸລະ​ກິດ​ຂະໜາດ​ນ້ອຍ​ໃນ​ອາ​ຊຽນ

ຮຽນຮູ້ຈາກຜູ້ນໍາທາງຄວາມຄິດຈາກຊຸມຊົນທຸລະກິດ
ຄົ້ນພົບແນວໂນ້ມທຸລະກິດໃນພາກພື້ນເພື່ອຊຸກຍູ້ທຸລະກິດຂອງທ່ານ
ຍິນດີຕ້ອນຮັບ ເຈົ້າຂອງທຸລະກິດ ແລະ ຜູ້ປະກອບການທີ່ມີຄວາມປາດຖະໜາທຸກທ່ານ
Grow Digital logo in white color.

ການຜັກດັນທຸລະກິດໂດຍຜ່ານລະບົບດິຈິຕອນ ແລະ ການໃຫ້ຄໍາປຶກສາ

ຂະຫຍາຍທຸລະກິດຂອງທ່ານຜ່ານເສດຖະກິດດິຈິຕອນ
ໄດ້ຮັບໂອກາດຮຽນຮູ້ ແລະ ໃຫ້ຄຳປຶກສາຜ່ານການຖ່າຍທອດສົດ
ເປີດໂອກາດເພື່ອເຈົ້າຂອງທຸລະກິດໃນອາຊຽນ

ທຸກໂປຣແກມການຍົກລະດັບທັກສະຄວາມຮູ້ຄວາມສາມາດ ແລະ ການຝຶກອົບຮົມທັງໝົດແມ່ນໄດ້ຮັບການສະໜັບສະໜູນເຕັມສ່ວນ ແລະ ບໍ່ເສຍຄ່າໃຊ້ຈ່າຍ.